Home » Casino

ຄາຊີໂນໃນປະເທດລາວ ແລະ ກົດໝາຍທີ່ກ່ຽວຂ້ອງກັບການພະນັນ

ໃນ ສປປ ລາວ ເຖິງແມ່ນວ່າການຫຼິ້ນພະນັນຈະມີຢ່າງແຜ່ຫຼາຍກໍ່ຕາມ, ແຕ່ໃນທາງວິຊາການແລ້ວ ມັນບໍ່ແມ່ນສິ່ງຖືກກົດໝາຍ. ກົດໝາຍອາຍາຂອງພວກເຮົາ (ມາດຕາ 83) ຖືກປັບປຸງປີ 2005 (ມີຜົນບັງຄັບໃຊ້ປີ 2006) ເພື່ອເພີ່ມບົດລົງໂທດສຳລັບ ”ທຸກຄົນທີ່ພົວພັນກັບການຫຼີ້ນພະນັນທີ່ຖືກຫ້າມ” ຈາກການປັບໃໝ 200,000 ກີບ ເປັນ 2,000,000 ກີບ. ຫຼາຍປີຕໍ່ມາ, ປະເທດຂອງພວກເຮົາໄດ້ເປີດຄາຊີໂນທີ່ຖືກກົດໝາຍ ແລະກົດໝາຍໄດ້ຖືກລະເລີຍຢ່າງກວ້າງຂວາງ. ເຖິງແມ່ນວ່າ ສ່ວນໃຫຍ່ແລ້ວ ມັນຖືກເບິ່ງຂ້າງ, ຖ້າທ່ານແມ່ນຄົນລາວ – ການຫຼິ້ນພະນັນດ້ວຍຕົວເອງ ອາດຈະບໍ່ແມ່ນແນວຄວາມຄິດທີ່ດີ. ຂ້າພະເຈົ້າຈະອະທິບາຍວ່າຍ້ອນຫຍັງໃນບົດຄວາມນີ້ ແລະ ຍັງຈະເວົ້າກ່ຽວກັບຄາຊີໂນອອນລາຍ ເຊິ່ງແມ່ນທາງເລືອກທີ່ປອດໄພກວ່າຫຼາຍ ໃນເວລານໍາໃຊ້ຢ່າງຖືກຕ້ອງ.

ຄາສິໂນອອນໄລນ໌ທີ່ດີທີ່ສຸດໃນລາວ 2024

ຄາສິໂນອັນດັບສູງສຸດ
4.8/5
ໃຫ້ຄະແນນໂດຍ 209 ຜູ້ໃຊ້
ອ້າງສິດໂດຍ 742 ຄົນໃນອາທິດນີ້
Welcome package up to €1500 + 150 Free Spins
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ
ເງິນຝາກຂັ້ນຕໍ່າ
$1
ເງິນຝາກສູງສຸດ
No Limit
ສະແດງລາຍລະອຽດເພີ່ມເຕີມ ສະແດງຫນ້ອຍລົງ

ທາງເລືອກການຈ່າຍເງິນ

VISA
Master Card
Paypal
Neteller
Webmoney
Paysafecard
Pagoefectivo

ພາສາ

  • +4

ຄວາມໄວການຈ່າຍເງິນສະເລ່ຍ

0 – 24 Hours

ຂໍ້ດີແລະຂໍ້ເສຍ

  • Exciting promotions for Laotians
  • 1000s of games to choose from
  • More than 100 live dealer tables
  • Play anywhere via the mobile app
  • Boost your chip stack with fun promos
  • Deposit using over 25 cryptocurrencies
  • negative Not available in all countries
  • negative Verification process can be slow
4.7/5
ໃຫ້ຄະແນນໂດຍ 285 ຜູ້ໃຊ້
ອ້າງສິດໂດຍ 638 ຄົນໃນອາທິດນີ້
100% Up To 3,000,000 LAK
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ
ເງິນຝາກຂັ້ນຕໍ່າ
$1
ເງິນຝາກສູງສຸດ
No Limit
ສະແດງລາຍລະອຽດເພີ່ມເຕີມ ສະແດງຫນ້ອຍລົງ

ທາງເລືອກການຈ່າຍເງິນ

Astropay
Bitcoin
Boku
Neteller
Master Card
Maestro
Paypal
Paysafecard
Qiwi
+3

ພາສາ

  • +39

ຄວາມໄວການຈ່າຍເງິນສະເລ່ຍ

0 – 24 Hours

ຂໍ້ດີແລະຂໍ້ເສຍ

  • Huge bonus for players from Laos
  • Slot tournaments with big prizes
  • Table games with flexible limits
  • Play over 12,000 slots and games
  • Choose from more than 70 providers
  • Exchange 22BET points for gifts
  • negative No Microgaming games
  • negative Crypto deposits may be delayed
4.6/5
ໃຫ້ຄະແນນໂດຍ 241 ຜູ້ໃຊ້
ອ້າງສິດໂດຍ 512 ຄົນໃນອາທິດນີ້
BONUS €1500 + 150 FREE SPINS FOR NEW CUSTOMERS
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ
ເງິນຝາກຂັ້ນຕໍ່າ
$1
ເງິນຝາກສູງສຸດ
No Limit
ສະແດງລາຍລະອຽດເພີ່ມເຕີມ ສະແດງຫນ້ອຍລົງ

ທາງເລືອກການຈ່າຍເງິນ

24 All Time
2Click
Access Bank
Alfapay
Alipay
Allpay
Amigo
Aninda Banka
Astropay
+81

ພາສາ

  • +31

ຄວາມໄວການຈ່າຍເງິນສະເລ່ຍ

0 – 24 Hours

ຂໍ້ດີແລະຂໍ້ເສຍ

  • Welcome package for Laos players
  • Feature-filled 3D slot machines
  • Dice games like sic bo and craps
  • Low wagering requirements for bonus
  • Get instant answers via live chat
  • Regular tournaments & competitions
  • negative Only 7 days to use welcome bonus
  • negative No FAQ section available
4.5/5
ໃຫ້ຄະແນນໂດຍ 261 ຜູ້ໃຊ້
ອ້າງສິດໂດຍ 557 ຄົນໃນອາທິດນີ້
150% + 100 Free Spins First deposit from €20
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ
ເງິນຝາກຂັ້ນຕໍ່າ
€10
ເງິນຝາກສູງສຸດ
€1,200
ສະແດງລາຍລະອຽດເພີ່ມເຕີມ ສະແດງຫນ້ອຍລົງ

ທາງເລືອກການຈ່າຍເງິນ

Alfa Click
Bank Transfer
Bank Wire
Beeline
Bitcoin
BitcoinCash
Dash
Eco
Ethereum
+13

ພາສາ

  • +4

ຄວາມໄວການຈ່າຍເງິນສະເລ່ຍ

0 – 24 Hours

ຂໍ້ດີແລະຂໍ້ເສຍ

  • Enjoy games from 35+ providers
  • Amazing 11-tier loyalty program
  • Monthly tournaments with cash prizes
  • 24/7 customer support
  • Play over 150 live casino games
  • negative High wagering requirements
  • negative Limited language options
  • negative No mobile casino app
4.5/5
ໃຫ້ຄະແນນໂດຍ 257 ຜູ້ໃຊ້
ອ້າງສິດໂດຍ 430 ຄົນໃນອາທິດນີ້
130% + 77 Free Spins deposit from €20
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ
ເງິນຝາກຂັ້ນຕໍ່າ
€10
ເງິນຝາກສູງສຸດ
€1,200
ສະແດງລາຍລະອຽດເພີ່ມເຕີມ ສະແດງຫນ້ອຍລົງ

ທາງເລືອກການຈ່າຍເງິນ

Bank Transfer
Bank Wire
Beeline
Bitcoin
Dash
Eco
Ethereum
Litecoin
Maestro
+10

ພາສາ

  • +2

ຄວາມໄວການຈ່າຍເງິນສະເລ່ຍ

0 – 24 Hours

ຂໍ້ດີແລະຂໍ້ເສຍ

  • Over 2000 popular slots
  • 24/7 customer support
  • Monthly cash tournaments
  • Games from 50+ providers
  • Multi-tier loyalty program
  • negative Limited language options
  • negative No telephone support

ການຫຼິ້ນພະນັນທາງອິນເຕີເນັດ

ມີຄາຊີໂນອອນລາຍຈຳນວນຫຼວງຫຼາຍທີ່ຕັ້ງຢູ່ໃນປະເທດລາວ, ບ່ອນທີ່ເປັນໄປໄດ້ໃນການຊໍາລະດ້ວຍຕົນເອງເປັນເງິນສົດ. ຕົວຢ່າງທີ່ຂ້າພະເຈົ້າຈະເວົ້າເຖິງໃນພາຍຫຼັງໃນບົດຄວາມນີ້ແມ່ນ Savan Vegas. ຄາຊີໂນນີ້ກໍ່ໃຫ້ການບໍລິການທາງອອນລາຍເຊັ່ນກັນ. ແນວໃດກໍ່ຕາມ ຄວາມກັງວົນມີຢູ່ວ່າບໍ່ມີຄະນະກຳມະການການພະນັນໃດເພື່ອກວດກາເບິ່ງວ່າເຈົ້າມືຮັບພະນັນລາວເຫຼົ່ານີ້ກຳລັງໃຫ້ການຫຼິ້ນພະນັນທີ່ຍຸຕິທໍາຫຼືບໍ່. ນອກນັ້ນ, ເພາະວ່າ ການຫຼິ້ນພະນັນ “ຕາມຫຼັກວິຊາການແລ້ວ” ແມ່ນເລື່ອງຜິດກົດໝາຍຢູ່ໃນ ສປປ ລາວ, ສະນັ້ນ ຈິ່ງບໍ່ມີບ່ອນໃດໃຫ້ເພິ່ງພາອາໄສ ຖ້າບໍລິສັດພະນັນປະຕິເສດບໍ່ຈ່າຍເງິນໃຫ້ໃນເວລາທີ່ທ່ານຊະນະພະນັນ.

ຂ້າພະເຈົ້າມີຄວາມເຫັນວ່າ ການໃຊ້ບໍລິການຄາຊີໂນອອນລາຍຂອງຕ່າງປະເທດ ແມ່ນທາງເລືອກທີ່ປອດໄພກວ່າຫຼາຍ. ໃນຂະນະທີ່ເວັບໄຊຕ່າງປະເທດເຫຼົ່ານີ້ບໍ່ມີພາສາລາວ ຫຼື ສະກຸນເງິນກີບ, ຄາຊີໂນໃນປະເທດເຮົາເອງກໍ່ບໍ່ມີເຊັ່ນກັນ! ຄາຊີໂນໃນປະເທດພວກເຮົາຖືກສ້າງຕັ້ງຂຶ້ນເພື່ອໃຫ້ບໍລິການແກ່ນັກທ່ອງທ່ຽວ. ຍິ່ງກວ່ານັ້ນ, ແຕ່ຖ້າທ່ານຮູ້ພາສາທີສອງ ຫຼືນຳໃຊ້ Google translateທ່ານກໍ່ຈະສາມາດຫຼິ້ນເກມພະນັນຄາຊີໂນໂດຍຫຼິ້ນລ້າ ຫຼື ຫຼີ້ນເອົາເງິນແທ້ໆທາງອອນລາຍໄດ້.

ໃນຟິລິບປິນ, ສະຫະລາຊະອານາຈັກ (UK) ແລະ ຫຼາຍປະເທດອື່ນ, ການຫຼິ້ນພະນັນແມ່ນສິ່ງຖືກກົດໝາຍ. ປະເທດເຫຼົ່ານີ້ມີຄະນະກຳມະການການພະນັນທີ່ລັດຖະບານອະນຸມັດຢ່າງຖືກກົດໝາຍທີ່ເຮັດໜ້າທີ່ກວດສອບເພື່ອຮັບປະກັນວ່າບັນດາບໍລິສັດຮັ ບພະນັນທີ່ພວກເຂົາໃຫ້ໃບອະນຸຍາດນັ້ນກຳລັງໃຫ້ການຫຼິ້ນພະນັນຢ່າງຍຸຕິທໍາແກ່ລູກຄ້າຂອງເຂົາເຈົ້າ. ຍິ່ງກວ່ານັ້ນ, ບັນດາບໍລິສັດພະນັນເຫຼົ່ານີ້ແມ່ນຖືກກົດໝາຍໃນບັນດາປະເທດບ່ອນທີ່ພວກເຂົາຕັ້ງຢູ່ ແລະທຸກບໍລິສັດລ້ວນແຕ່ຈ່າຍໃຫ້ຜູ້ຫຼິ້ນທີ່ຊະນະ. ບັນດາບໍລິສັດພະນັນທີ່ມີຊື່ລຸ່ມນີ້ລ້ວນແຕ່ມີໃບອະນຸຍາດ, ມີການຄວບຄຸມເປັນຢ່າງດີ ແລະ ມີຊື່ສຽງທີ່ດີ.

ໝາຍເຫດ: ໃນເວລາເປີດບັນຊີໂດຍບໍ່ເສຍຄ່ານໍາເວັບໄຊໃດໜຶ່ງຂ້າງເທິງ, ທ່ານຈະມີທາງເລືອກກ່ຽວກັບວ່າສະກຸນເງິນໃດທີ່ທ່ານຕ້ອງການໃຊ້. ອີກຄັ້ງ, ບໍ່ມີເວັບໄຊໃດ ອະນຸຍາດໃຫ້ໃຊ້ເງິນກີບ (LAK). ຂ້າພະເຈົ້າຂໍແນະນໍາໃຫ້ທ່ານໃຊ້ສະກຸນເງິນທີ່ໄດ້ແນະນໍາໄວ້ໃນຕາຕະລາງຂ້າງເທິງ (ເຊັ່ນວ່າ ເງິນປອນອັງກິດ (GBP) ຢູ່ Ladbrokes, ເງິນໂດລາສະຫະລັດ (USD) ຢູ່ Titan, ແລະອື່ນໆ). ເຫດຜົນສຳລັບສິ່ງນີ້ແມ່ນງ່າຍໆ – ໂດຍການໃຊ້ສະກຸນເງິນທີ່ແນະນຳໃຫ້, ທ່ານຈະຈ່າຍຄ່າທຳນຽມທະນາຄານນ້ອຍທີ່ສຸດ.

ການຝາກເງິນເຂົ້າບັນຊີ ແລະ ການໄດ້ຮັບການຈ່າຍເງິນ

ກະລຸນາ ຮັບຊາບວ່າ ເວັບໄຊລົງພະນັນຂອງຕ່າງປະເທດບໍ່ໃຫ້ສິນເຊື່ອ. ນີ້ໝາຍຄວາມວ່າ ເພື່ອລົງພະນັນ ທ່ານຈຳເປັນຕ້ອງເຮັດການຝາກເງິນເຂົ້າບັນຊີຂອງທ່ານ. ຕົວຢ່າງ ທ່ານຝາກເຂົ້າ £42 (ປະມານ 500,000 ກີບ) ແລະ ຈາກນັ້ນ ລົງພະນັນ £10 ໃນເກມໄພ້ແບລັກແຈັກ. ຖ້າທ່ານຊະນະ ຍອດເງິນໃນບັນຊີຂອງທ່ານຈະເພີ່ມເປັນ £52 ແລະ ຖ້າທ່ານເສຍ ຍອດເງິນຂອງທ່ານຈະເຫຼືອ £32. ບໍ່ວ່າຂີດກຳນົດໃນໂຕະພະນັນຈະເປັນແນວໃດກໍ່ຕາມ ທ່ານບໍ່ສາມາດວາງພະນັນໄດ້ຫຼາຍກວ່າຍອດເງິນທີ່ທ່ານມີໃນບັນຊີຂອງທ່ານ. ວິທີຕ່າງໆທີ່ມີໃຫ້ສຳລັບການໂອນເງິນຈາກ ສປປ ລາວ ເຂົ້າບັນຊີຂອງທ່ານມີດັ່ງຕໍ່ໄປນີ້:

ການໄດ້ຮັບການຈ່າຍເງິນ: ເວັ້ນເສຍແຕ່ ຖືກຈຳກັດໂດຍຂໍ້ກຳນົດຂອງການສະເໜີເງິນໂບນັດທີ່ໄດ້ຍອມຮັບແລ້ວ, ຜູ້ຫຼິ້ນພະນັນສາມາດຖອນເງິນທັງໝົດ ຫຼືສ່ວນໜຶ່ງຈາກຍອດເງິນໃນບັນຊີຂອງເຂົາເຈົ້າໄດ້ທຸກເວລາ. ເພື່ອຖອນເງິນ ພຽງແຕ່ເຂົ້າລະບົບຫາບັນຊີຂອງທ່ານ, ເຂົ້າຫາ cashier, ຄລິກ withdraw ແລະ ເຮັດສຳເລັດຄຳຮ້ອງຂໍຖອນເງິນ. ສຳລັບຄົນລາວ ວິທີການຈ່າຍເງິນທີ່ພົບເຫັນຫຼາຍທີ່ສຸດທີ່ມີໃຫ້ແມ່ນການໂອນຜ່ານທະນາຄານ ແຕ່ບາງເວັບໄຊຍັງໃຫ້ການໂອນຜ່ານ MoneyGram ຫຼື Western Union. ເຖິງແມ່ນວ່າທາງເວັບໄຊຈະໂອນເງິນໃຫ້ທ່ານເປັນເງິນໂດລາສະຫະລັດ, ປອນອັງກິດ, ໄທບາດ ຫຼື ສະກຸນເງິນອື່ນ, ແຕ່ທ່ານຍັງສາມາດຮັບເອົາເງິນເປັນເງິນກີບ (LAK) ໄດ້. ສຳລັບການໂອນທາງທະນາຄານ, ທະນາຄານໃນປະເທດຂອງທ່ານຈະປ່ຽນເງິນໂອນນັ້ນເປັນເງິນກີບເຊັ່ນກັນ.

ການໃຫ້ເງິນໂບນັດ: ເວັບໄຊຫຼິ້ນພະນັນສ່ວນໃຫຍ່ໃຫ້ເງິນໂບນັດແກ່ລູກຄ້າໃໝ່ ໃນເວລາທີ່ພວກເຂົາເຮັດການ ຝາກເງິນເຂົ້າບັນຊີຄັ້ງທຳອິດ. ຕົວຢ່າງ, ອາດຈະໃຫ້ລ້າ 100% ສູງເຖິງ 1,500 ບາດ (THB). ນີ້ໝາຍຄວາມວ່າ ຖ້າທ່ານຝາກເຂົ້າບັນຊີ 1,500 ບາດ ທ່ານຈະມີເງິນ 3,000 ບາດເພື່ອລົງພະນັນ. ແນວໃດກໍ່ຕາມ ມັນມັກຈະມີເງື່ອນໄຂຢູ່ສະເໝີ. ຖ້າທ່ານຕັດສິນໃຈຮັບເອົາເງິນໂບນັດ, ທຳອິດ ທ່ານຕ້ອງຕອບສະໜອງຂໍ້ກຳນົດການຫຼິ້ນໝົດ ກ່ອນທີ່ທ່ານຈະສາມາດຮ້ອງຂໍການເບີກເງິນສົດໄດ້. ດ້ວຍເງິນໂບນັດທີ່ຫາກໍ່ເວົ້າເຖິງນັ້ນ, ຖ້າຂໍ້ກຳນົດແມ່ນລົງພະນັນ 30 ເທົ່າ ນີ້ໝາຍຄວາມວ່າ ທ່ານຈຳເປັນຕ້ອງລົງພະນັນ (30*3,000 ບາດ ເທົ່າກັບ 90,000 ບາດ) ກ່ອນທີ່ຈະຮ້ອງຂໍການຖອນເງິນໄດ້. ສະນັ້ນ, ທ່ານຄວນພິຈາລະນາວ່າທ່ານຈະຫຼິ້ນຫຼາຍປານໃດຢູ່ເວັບໄຊນັ້ນ ກ່ອນທີ່ທ່ານ ຈະຮັບເອົາເງິນໂບນັດໃດໜຶ່ງ.

ດ້ວຍພື້ນຖານຕ່າງໆຂອງການຫຼິ້ນພະນັນທາງອອນລາຍທີ່ໄດ້ເວົ້າມາແລ້ວ ດຽວນີ້ຂ້າພະເຈົ້າຈະປຽບທຽບກັບການຫຼິ້ນພະນັນໃນຄາຊີໂນຕົວຈິງໃນ ສປປ ລາວ.

ຄາຊີໂນ ໃນ ສປປ ລາວ

ດັ່ງທີ່ເວົ້າມາແລ້ວໃນຕອນຕົ້ນຂອງບົດຄວາມນີ້, ການຫຼິ້ນພະນັນໃນຄາຊີໂນແມ່ນຜິດກົດໝາຍ ໃນປະເທດລາວ ເຊິ່ງມີບົດລົງໂທດແມ່ນການປັບໃໝແຕ່ 200,000 ກີບ ຫາ 2,000,000 ກີບ. ບົດລົງໂທດແມ່ນເຂັ້ມງວດກວ່າສຳລັບຜູ້ເປັນເຈົ້າຂອງ ຫຼື ດຳເນີນເວັບໄຊການພະນັນ. ມາດຕາ 83 ຂອງກົດໝາຍອາຍາຂອງພວກເຮົາຍັງກຳນົດໄວ້ວ່າ: “ບຸກຄົນໃດໆກໍ່ຕາມທີ່ຍິນຍອມໃຫ້ໃຊ້ເຮືອນຂອງຕົນເປັນບ່ອນຫຼິ້ນການພະນັນ ຫຼື ກະທຳຕົນເປັນຫົວໜ້ານັກຫຼິ້ນພະນັນ ຫຼື ຖືກພົບວ່າມີສ່ວນພົວພັນໃນການກະທຳຜິດ [ການຫຼິ້ນພະນັນ] ຊໍ້າຫຼາຍເທື່ອ ຈະຖືກລົງໂທດ ຈຳຄຸກແຕ່ສາມເດືອນຫາສອງປີ ຫຼື ຖືກດັດສ້າງໂດຍບໍ່ມີການຕັດອິດສະຫຼະພາບ ແລະ ຈະຖືກປັບໃໝແຕ່ 500,000 ກີບ ຫາ 10,000,000 ກີບ”.

Tເຫດຜົນທີ່ຄາຊີໂນຫຼູຫຼາຂະໜາດໃຫຍ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການໃນທີ່ນີ້ແມ່ນຍ້ອນວ່າພວກມັນຕັ້ງຢູ່ໃນເຂດເສດຖະກິດພິເສດ (SEZ). ຄາຊີໂນເຫຼົ່ານີ້ຕັ້ງຢູ່ເທິງທີ່ດິນທີ່ລັດຖະບານລາວໃຫ້ເຊົ່າ, ໂດຍປົກກະຕິແລ້ວ ເປັນໄລຍະເວລາ 99 ປີ. ແນວຄວາມຄິດມີຢູ່ວ່າເຂດເສດຖະກິດພິເສດຖືກສ້າງຕ້ັງຂຶ້ນເພື່ອຈຸດປະສົງຂອງການຄ້າຕ່າງປະເທດ. ນີ້ມັກຈະກ່ຽວຂ້ອງກັບການທ່ອງທ່ຽວ ແຕ່ກໍ່ສາມາດປະກອບມີຂະແໜງອຸດສາຫະກໍາອື່ນເຊັ່ນວ່າການສົ່ງອອກ. ເຂດເສດຖະກິດພິເສດທີ່ມີຄາຊີໂນ ຈະຫ້າມຄົນລາວເຂົ້າໃຊ້ບໍລິການ ແລະໃຫ້ບໍລິການໃນສະກຸນເງິນອື່ນທີ່ບໍ່ແມ່ນເງິນກີບລາວ.

ໂດຍເອົາກໍລະນີຂອງສະຫວັນເວກັສ (Savan Vegas) ເປັນຕົວຢ່າງເຊິ່ງເປີດໃນເດືອນເມສາ ປີ 2009. ຄາຊີໂນນີ້ຕັ້ງຫ່າງພຽງແຕ່ 3 ກມ ຈາກຂົວມິດຕະພາບລາວ‐ໄທແຫ່ງທີສອງ ທີ່ເຊື່ອມຕໍ່ແຂວງສະຫວັນນະເຂດກັບຈັງຫວັດມຸກດາຫານຂອງປະເທດໄທ. ພວກເຂົາໃຫ້ບໍລິການເປັນເງິນບາດພຽງຢ່າງດຽວ ແລະ ມີຄົນໄທປະມານ 1,500 ຄົນ ຂ້າມຊາຍແດນມາຫຼິ້ນພະນັນຢູ່ສະຫວັນເວກັສ ໃນແຕ່ລະມື ້. ແນວໃດກໍ່ຕາມ, ເຖິງແມ່ນວ່າຈະມີການຫ້າມ ໃນແຕ່ລະມື້ ມີຄົນລາວສະເລ່ຍແລ້ວປະມານ 550 ຄົນ ທີ່ເຂົ້າມາຫຼິ້ນພະນັນໃນທ່ີ່ນີ້ເຊັ່ນກັນ. ຕົວເລກນີ້ບໍ່ໄດ້ນັບເອົາຈຳນວນຄົນລາວຫຼາຍໆຄົນທີ່ຫຼິ້ນພະນັນຢູ່ສາຂາຂອງສະຫວັນເວກັສທີ່ຕັ້ງຢູ່ກັບປະຕູດ່ານຊາຍແດນທ້ອງຖິ່ນ.

ສະພາບການແບບດຽວກັນກຳລັງເກີດຂຶ້ນໃນທົ່ວປະເທດລາວ. ມີຄາຊີໂນປະຈຳດ່ານຊາຍແດນຢູ່ເຈັດໃນແປດດ່ານຊາຍແດນລາວ-ໄທ. ນອກນັ້ນ ພວກເຮົາຍັງມີ Kings Roman ເຊິ່ງແມ່ນຄາຊີໂນຂະໜາດໃຫຍ່ທີ່ຢູ່ໃກ້ກັບ ເຂດສາມຫຼ່ຽມທອງຄໍາ ແລະ ຍັງມີອີກຫຼາຍໆຄາຊີໂນໃຕ້ດິນໃນໝູ່ບ້ານຕ່າງໆເຊິ່ງເປີດດຳເນີນຈາກເຮືອນປະຊາຊົນ. ນີ້ແມ່ນເປັນໄປໄດ້ທັງໝົດເພາະວ່າກົດໝາຍຕໍ່ກັບການຫຼິ້ນພະນັນໃນທ້ອງຖິ່ນສ່ວນໃຫຍ່ແມ່ນຖືກລະເລີຍ?

ຄວາມສ່ຽງໃຫຍ່ສຸດທີ່ຄົນລາວພະເຊີນແມ່ນການບໍ່ໄດ້ຮັບການຈ່າຍເງິນໃນເວລາຊະນະພະນັນໃຫຍ່ໆ. ຖ້າທ່ານໄປຄາຊີໂນທຸກໆມື້ ແລະເສຍເງິນ, ແນ່ນອນ ພວກເຂົາບໍ່ຂັດຂ້ອງທີ່ຈະຈ່າຍໃຫ້ທ່ານສອງສາມຄັ້ງທີ່ທ່ານຊະນະ. ແນວໃດກໍ່ຕາມ, ສົມມຸດວ່າ ທ່ານບໍ່ໄດ້ໄປຫຼິ້ນປະຈຳ ແລະມື້ໜຶ່ງທ່ານໄປທີ່ນັ້ນ ແລະຖືກລາງວັນທີໜຶ່ງ (ແຈັກພອດ) ໃນເຄື່ອງຢອດຫຼຽນຫຼິ້ນພະນັນ. ທາງຄາຊີໂນອາດຈະຖາມເບິ່ງບັດປະຈໍາຕົວຂອງທ່ານ, ແລະອ້າງວ່າທ່ານຫຼິ້ນພະນັນຢູ່ຄາຊີໂນຂອງເຂົາເຈົ້າຢ່າງຜິດກົດໝາຍ (ເຖິງແມ່ນວ່າ ໂດຍປົກກະຕິແລ້ວ ພວກເຂົາບໍ່ສົນໃຈເລື່ອງນີ້) ແລະ ຂູ່ວ່າຈະໂທຫາຕຳຫຼວດ. ທ່ານເຫັນບໍ, ຄວາມເຂົ້າໃຈທີ່ວ່າກົດໝາຍຖືກລະເລີຍອາດຈະແມ່ນ ຫຼືອາດຈະບໍ່ແມ່ນຄວາມຈິງກໍ່ເປັນໄດ້ – ນັກພະນັນສ່ວນໃຫຍ່ເສຍເງິນ ແລະ ສະນັ້ນ ຈິ່ງບໍ່ມີໃຜຂັດຂ້ອງການຫຼິ້ນຢ່າງຜິດກົດ ໝາຍຂອງຄົນທ້ອງຖິ່ນ. ແນວໃດກໍ່ຕາມ, ເມື່ອເວົ້າເຖິງການຈ່າຍເງິນໃຫ້ທ່ານ, ພວກເຂົາອາດຈະຕັດສິນໃຈຂູດຮີດທ່ານກໍ່ເປັນໄດ້ ແລະ ຖ້າສິ່ງນີ້ເກີດຂຶ້ນ ທ່ານກໍ່ບໍ່ສາມາດເຮັດຫຍັງໄດ້.

ປ້າຍເຕືອນຢູ່ຊາຍແດນໄທທີ່ເຕືອນປະຊາຊົນວ່າການຫຼິ້ນພະນັນຢູ່ໃນປະເທດລາວແມ່ນບໍ່ປອດໄພ ແລະ ອາດຈະເປັນອັນຕະລາຍຕໍ່ຊີວິດຂອງເຂົາເຈົ້າໄດ້

ສະນັ້ນ ສອງບັນຫາຕົ້ນຕໍມີຄື ເກມການພະນັນມີຄວາມຍຸຕິທຳຫຼືບໍ່ ແລະ ທ່ານຈະໄດ້ຮັບເງິນໃນການຊະນະພະນັນໃຫຍ່ໆຫຼືບໍ່. ແນວໃດກໍ່ຕາມ, ຍັງມີຄຳຖາມເລື່ອງຄວາມປອດໄພນໍາອີກ. ຂ້າງເທິງແມ່ນປ້າຍເຕືອນທີ່ຕິດປະກາດຢູ່ດ່ານຊາຍແດນໜອງຄາຍຂອງປະເທດໄທທີ່ຈະຂ້າມມາວຽງຈັນ. ເຖິງແມ່ນວ່າຂ້າພະເຈົ້າບໍ່ສາມາດຄິດເຫັນເຫດການໃດໆໃນເຂດພື້ນທີ່ນັ້ນກໍ່ຕາມ, ແຕ່ບັນຫາຄວາມປອດໄພກ່ຽວກັບເຂດເສດຖະກິດພິເສດຂອງພວກເຮົາໄດ້ເຄີຍເປັນບັນຫາມາກ່ອນໃນອາດີດຜ່ານມາ.

4.8/5
ໃຫ້ຄະແນນໂດຍ 209 ຜູ້ໃຊ້
ອ້າງສິດໂດຍ 742 ຄົນໃນອາທິດນີ້
Welcome package up to €1500 + 150 Free Spins
ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ:ມີເງື່ອນໄຂ
ປິດ ຂໍ້​ກໍາ​ນົດ​ແລະ​ເງື່ອນ​ໄຂ

ຄາຊີໂນ Golden Boten ຖືກປິດ

ໃນປີ 2003, ລັດຖະບານຂອງພວກເຮົາໃຫ້ເຊົ່າທີ່ດິນ 21 ກິໂລຕາແມັດທີ່ຕັ້ງຢູ່ໃກ້ກັບແຂວງຢູນານຂອງຈີນ ໃຫ້ແກ່ກຸ່ມບໍລິສັດທີ່ນໍາພາໂດຍ Huang Minxuan. ລາວມີເຄົ້າກຳເນີດມາຈາກແຂວງຟູຈຽນຂອງຈີນ, ປ່ຽນສັນຊາດເປັນພົນລະເມືອງຮ່ອງກົງ, ແລະ ໃນເມື່ອກ່ອນເຄີຍມີສ່ວນພົວພັນກັບຄາຊີໂນໃນມ່ຽນມ້າທີ່ແນ່ເປົ້າໝາຍໃສ່ລູກຄ້າພະນັນຈາກປັກກິ່ງ. ກຸ່ມຂອງລາວໃສ່ຊື່ເຂດພື້ນທີ່ນີ້ວ່າເມືອງບໍ່ແຕນທອງຄໍາ (Golden Boten City) ແລະ ໄດ້ລົງທຶນ $200-$300 ລ້ານໂດລາເພື່ອພັດທະນາເຂດພື້ນທີ່ນີ້.

ໃນເມືອງບໍ່ແຕນທອງຄໍາ, ປ້າຍຕ່າງໆທັງໝົດລ້ວນແຕ່ເປັນພາສາຈີນ ແລະ ໂມງຖືກຕ້ັງໃຫ້ໄປໄວກ່ອນໜຶ່ງຊົ່ວໂມງ ເພື່ອສະແດງເວລາໃນປະເທດຈີນ ແທນທີ່ເວລາທ້ອງຖິ່ນ. ຄາຊີໂນ, ໂຮງແມ່ຈ້າງ ແລະຮ້ານຂາຍເຫຼົ້າຕ່າງໆ ພຽງແຕ່ໃຊ້ສະກຸນເງິນຈີນເທົ່ານັ້ນ. ໃນຄວາມຈິງ, ໃນເບື້ອງຕົ້ນ ບໍ່ຈຳເປັນຕ້ອງມີວີຊາສຳລັບຄົນຈີນທີ່ຈະໄປເຂດພື້ນທ່ີ່ນັ້ນ – ບໍ່ຈຳເປັນຕ້ອງມີໜັງສືຜ່ານແດນຊໍ້າ. ແຕ່, ຕາມການລາຍງານຂອງ FORBES ASIA, ສິ່ງຕ່າງໆໄດ້ປ່ຽນໄປໃນທາງທີ່ບໍ່ດີ ແລະ ເມືອງບໍແຕນໄດ້ປິດຕົວລົງ:

ໃນທັນທີທີ່ນັກພະນັນຈາກປະເທດຈີນໄດ້ປ່ຽນເຂດຫ່າງໄກສອກຫຼີກນີ້ໃຫ້ກາຍເປັນມາເກົາ (Macau) ແຫ່ງປ່າດົງ, ເມືອງບໍ່ແຕນທອງຄໍາ (Golden Boten City) ໄດ້ສະຫຼາຍຕົວໄປ. ຂ່າວໃນສື່ມວນຊົນຈີນໄດ້ມີການໂອ້ລົມກ່ຽວກັບຕົວປະກັນທີ່ຖືກກັກຂັງຕົວໄວ້ເພື່ອປະກັນໜີ້ການພະນັນ. ຜູ້ຢູ່ອາໄສບອກກັບ FORBES ASIA ວ່າພວກເຂົາເຫັນສົບຄົນຕາຍຖືກຖິ້ມລົງແມ່ນໍ້າ. ຈີນໄດ້ຕັດໄຟຟ້າ ແລະການບໍລິການໂທລະມະນາຄົມຕໍ່ກັບເຂດນັ້ນ ແລະໄດ້ເລີ່ມກຳນົດໃຫ້ມີວີຊາ. “ພວກເຮົາໄດ້ຍິນຂ່າວຂອງການຂ້າກັນຕາຍ, ຄົນຫາຍຕົວໄປ,” ພະນັກງານຂອງບໍລິສັດ Golden Boten City Ltd., ເຊິ່ງເປັນບໍລິສັດລົງທຶນພັດທະນາເຂດນັ້ນ, ໄດ້ລາຍງານກັບ FORBES ASIA ໃນລະຫວ່າງການຢ້ຽມຢາມພື້ນທ່ີ່ໃນເດືອນພຶດສະພາ. (ບໍລິສັດລົງທຶນພັດທະນາ ບອກວ່າ ບໍລິສັດບໍ່ໄດ້ດຳເນີນຄາຊີໂນເອງ; ສິ່ງນັ້ນຖືກດຳເນີນໂດຍຜູ້ດຳເນີນກິດຈະການຫຼາຍໆຄົນຈາກຕ່າງປະເທດ.) “ພວກເຮົາບໍ່ໂຕ້ແຍ້ງວ່າມັນມີບັນຫາຢູ່ທີ່ນີ້, ແຕ່ພວກເຮົາກຳລັງເຮັດວຽກເພື່ອແກ້ໄຂພວກມັນ.”

ຫຼາຍວັນຕໍ່ມາ ຄາຊີໂນສຸດທ້າຍໄດ້ຖືກປິດລົງ. (ນີ້ແມ່ນບົດຄວາມສັ້ນທີ່ຄັດຈ້ອນມາ – ເລື່ອງເລົ່າຄົບຖ້ວນເປັນພາສາອັງກິດແມ່ນຢູ່ທີ່ນີ້)

ແນວໃດກໍ່ຕາມ ສະພາບການຂອງສະຫວັນເວກັສແມ່ນແຕກຕ່າງຫຼາຍ. ເພື່ອວ່າທ່ານອາດຈະບໍ່ຮູ້, ມີຄົນເຊື້ອຊາດລາວທີ່ອາໄສຢູ່ໃນປະເທດໄທຫຼາຍກວ່າໃນປະເທດລາວ. ນອກນັ້ນ, ໃນປະເທດໄທ ມີຜູ້ເວົ້າພາສາລາວຫຼາຍກວ່າ 20 ລ້ານຄົນ ແລະ ໃນພາກຕາເວັນອອກສ່ຽງເໜືອຂອງປະເທດໄທ (ເຂດທີ່ສະຫວັນເວກັສຕັ້ວຢູ່ໃກ້) ພາສາລາວແມ່ນພາສາເວົ້າຕົ້ນຕໍໃນ 88% ຂອງຄົວເຮືອນ. ນີ້ແມ່ນເຫດຜົນທີ່ຄົນລາວໃນທ້ອງຖິ່ນສາມາດມາຫຼິ້ນພະນັນຢູ່ທີ່ນີ້ໄດ້ຢ່າງງ່າຍດາຍ. ນອກຈາກຄວາມແຕກຕ່າງໃນດ້ານການສຶກສາ, ສື່ສານມວນຊົນ, ການເມືອງ ແລະອື່ນໆ ທີ່ຮັບຮູ້ໄດ້ (ຕົວຢ່າງ ພວກເຂົາຂຽນພາສາລາວໂດຍນໍາໃຊ້ຕົວອັກສອນໄທ) – ທັງສອງຝັ່ງຊາຍແດນທີ່ໃກ້ກັບສະຫວັນເວກັສ (ໄທ + ລາວ) ແມ່ນມີລັກສະນະຊົນເຜົ່າອັນດຽວກັນ.

ຄັ້ງໜຶ່ງເຄີຍເປັນເຂດທ່ອງທ່ຽວທີ່ຈະເລີນຮຸ່ງເຮືອງ, ເມືອງບໍ່ແຕນທອງຄໍາ ດຽວນີ້ກາຍເປັນເມືອງຮ້າງ

ອີກຄັ້ງ, ສຳລັບພວກເຮົາທີ່ເປັນຄົນລາວ: ພວກເຮົາຮູ້ວ່າພວກເຂົາຈະຄ່ອຍໆເອົາເງິນຂອງພວກເຮົາເມື່ອພວກເຮົາເສຍພະນັນ, ແຕ່ພວກເຂົາຈະຈ່າຍໃຫ້ພວກເຮົາບໍ ຖ້າພວກເຮົາຊະນະພະນັນໃຫຍ່ໆ? ໃນຂະນະທີ່ຂ້າພະເຈົ້າບໍ່ຢ້ານເລື່ອງຄວາມປອດໄພໃນເຂດພື້ນທີ່ນັ້ນ, ແຕ່ຂ້າພະເຈົ້າຈຳເປັນຕ້ອງຖາມວ່າ ເນື່ອງຈາກມີການກິນສິນບົນຢ່າງຫຼວງຫຼາຍ ພວກເຮົາຈະຮູ້ໄດ້ແນວໃດວ່າເກມພະນັນເຫຼົ່ານ້ັນມີຄວາມຍຸຕິທຳຫຼືບໍ່?

ຂໍຢໍ້າຄືນວ່າ: Asiabet ມີຄວາມເຫັນຢ່າງແຮງກ້າວ່າ ຄາຊີໂນອອນລາຍຂອງຕ່າງປະເທດແມ່ນທາງເລືອກທີ່ດີສຸດສຳລັບຄົນລາວທີ່ຢາກຫຼິ້ນການພະນັນ. ຫຼາຍໆຄາຊີໂນເຫຼົ່ານີ້ມີເກມພະນັນທີ່ມີເຈົ້າມືຢາຍໄພ້ສົດໆບ່ອນທີ່ເຈົ້າມືໝູນກົງລໍ້ໃຫ້ລູກຕົກໃສ່ຕົວເລກ (roulette wheel), ຢາຍໄພ້ໃນເກມໄພ້ແບລັກແຈັກ ແລະເກມໄພ້ແບັກຄະລາດ, ແລະສັ່ນໝາກກະລັອກໃນເກມໄຮໂລ ຢູ່ໃນຫ້ອງສະຕູດີໂອສົດໆ. ການກະທຳຕ່າງໆຂອງພວກເຂົາຖືກຖ່າຍທອດສົດອອກອາກາດໂດຍນຳໃຊ້ເທັກໂນໂລຊີດ້ານວິດີໂອໃໝ່ລ້າສຸດ. ໃນເວລາລົງພະນັນທ່ານຄວນໃຊ້ບໍລິການນໍາແຕ່ບໍລິສັດພະນັນທີ່ຊື່ສັດ, ປອດໄພ ແລະໄວ້ໃຈໄດ້ເທົ່ານັ້ນ. ສີ່ບໍລິສັດພະນັນທີ່ບອກຊື່ໄວ້ຢູ່ດ້ານເທິງຂອງໜ້າເວັບນີ້ແມ່ນບໍລິສັດທີ່ີເຊື່ອໃຈໄດ້. ຂໍໃຫ້ໂຊກດີ.